ໜ້າຫຼັກ >> ສືບສານວັດທະນະທໍາ >> ຄວາມເປັນມາຂອງບຸນຫໍ່ເຂົ້າປະດັບດິນ
ຄວາມເປັນມາຂອງບຸນຫໍ່ເຂົ້າປະດັບດິນ
ວັນທີ 05 ກັນຍາ 2013 - ເວລາ 09:09:58 ເບິ່ງ 1352 ຄຳເຫັນ 1

 

                                                                                                                                                                                 ໂດຍ : ແດງສະຫວັດ ແສນພານິດ .

       ບຸນຫໍ່ເຂົ້າປະດັບດິນເປັນປະເພນີງານບຸນທີ່ໄດ້ຮັບການສືບທອດມາໄດ້ຫຼາຍເຊັນຄົນ  ແລະ  ຍັງຄົງຮັກສາໄວ້ເຊິ່ງ ວັດທະນະທໍາອັນດີງາມຂອງຊາດກໍ່ຄືຊາວພຸດທົ່ວໄປ ງານບຸນດັ່ງກ່າວແມ່ນໄດ້ຈັດໃຫ້ມີຂຶ້ນເປັນປະຈໍາໃນຊ່ວງເດືອນ 9 ຂອງທຸກໆປີ . ບຸນຫໍ່ເຂົ້າປະດັບດິນຖືກຈັດຂຶ້ນເນື່ອງໃນສອງໂອກາດຄື : ການທໍາບຸນໃສ່ບາດ ຖວາຍປັດ ໃຈ ໄຊຍະ ທານເພື່ອອຸທິດສ່ວນກຸສົນໄປຫາດວງວິນຍານຂອງບຸພະກາລີເຊັ່ນ  :  ບິດາ  ,  ມານດາ  , ຄູອຸປະຊາອາຈານ ,​ ຍາດມິດ ສະຫາຍຕະຫຼອດເຖິງຜູ້ມີຄຸນງາມຄວາມດີຄົນ ອື່ນໆ  ແລະ  ການທໍາບຸນເພື່ອລະນຶກເຖິງບຸນຄຸນຂອງຜືນແຜ່ນດິນທີ່ໄດ້ ໃຫ້ມວນມະນຸດໄດ້ດໍາລົງຊີວິດຢູ່ເປັນຕົ້ນແມ່ນການກະເສດທີ່ອາໄສດິນເປັນແຫຼ່ງຜະລິດສະບຽງ ອາ ຫານ .

     ບຸນຫໍ່ເຂົ້າປະດັບດິນຕາມຕໍານານໄດ້ກ່າວໄວ້ວ່າ : ໃນສະໄໝໜຶ່ງຄັ້ງພຣະພຸດທະການຍັງມີບຸຣຸດຜູ້ທຸກຍາກເຂັນ ໃຈໄຮ້ຍາດພີ່ນ້ອງອາໄສຊາວບ້ານລ້ຽງຊີວິດພໍເປັນໄປໃນ ວັນໜຶ່ງແຕ່ມີສັດທາເຫຼືອມໄສໃນພຣະພຸດທະສາສະໜາປາດ ຖະໜາທີ່ຈະໃຫ້ທານຢູ່ເປັນເນື່ອງນິດແຕ່ບໍ່ມີວັດຖຸທານອັນປານີດພໍທີ່ຈະມາໃຫ້ທານໄດ້ ຢູ່ມາວັນໜຶ່ງເປັນ ວັນທີ່ ຊາວ ບ້ານເຮັດບຸນໝູ່ປະຊາຊົນຕຽມເຄື່ອງໄຊຍະທານຕ່າງໆມີເຂົ້ານ້ຳໂພຊະນາອາຫານຫວານຄາວເປັນຕົ້ນ ນໍາໄປສູ່ວັດວາ າຮາມຢ່າງຫຼວງຫຼາຍທຸກໆຄົນມີໜ້າຕາອັນ ເບີກ ບານ ແລະ ມີຄວາມປິຕິຍິນດີໃນທານຂອງຕົນ . ຝ່າຍບຸຣຸດຜູ້ເຂັນ ໃຈໄດ້ອອກມາຈາກຕູບນ້ອຍ ຫຼຽວແລເບິ່ງປະຊາຊົນເຂົາມາທໍາບຸນໃຫ້ທານດ້ວຍຄວາມດີອົກດີໃຈຈົນ ຢາດ ອັດສຸຊົນ ( ນ້ຳຕາ ) ໄຫຼອາບໜ້າໂດຍບໍ່ຮູ້ສຶກຕົວ ຍ້ອນຄວາມນ້ອຍເນື້ອຕໍ່າໃຈໃນວາດສະໜາອັນອາພັບຂອງຕົນດ້ວຍຄວາມ ປາດຖະໜາຢາກທໍາບຸນມາກະທົບເຂົ້າໃນ ດວງ ຫະໄທ ( ດວງໃຈ ) ໃນເມື່ອຄວາມໂສກກໍາລັງເຂົ້າມາທັບຖົມດວງໃຈ ເໝືອນດັ່ງຈະແຕກຢູ່ນັ້ນດວງຈັກສຸຄື ( ດວງຕາ ) ຂອງຊາຍທຸກຍາກເຂັນໃຈຄົ້ນນັ້ນໄດ້ທັດສະນາ ການ ຫຼຽວເຫັນ ພິກຂຸຮູບໜຶ່ງກໍາລັງທຽວໂຄຈອນບິນທະບາດມາຢືນຢູ່ສະເພາະຕໍ່ໜ້າເຮືອນຂອງຊາຍທຸກຍາກເຂັນໃຈຄົນນັ້ນ ເກີດມີ ສັດທາອັນແຮງກ້າອາດຫານເປັນມະ ຫາກຸ ສົນ ເຈຕະນາມີຄວາມປິຕິຍິນດີເກີດຂຶ້ນ ຫາຍຈາກຄວາມໂທມະນັດຄັບ ແຄ້ນໃຈນຶກເຫັນເຂົ້າກ້ອນໜຶ່ງປະມານທໍ່ໜ່ວຍໝາກຕູມທີ່ຕົນຫາມາໄດ້ຮີບເອົາມາປ້ອນລົງໃນ ບາດ ຂອງ ພຣະຜູ້ເປັນເຈົ້າ ແລ້ວອຸທິດສ່ວນບຸນກຸສົນທີ່ຕົນໄດ້ກະທໍາແລ້ວນັ້ນໄປເຖິງຊັບພະສັດທັງຫຼາຍມີບິດາ,ມານດາ , ຍາດພີ່ນ້ອງ ແລະ ຄູອຸປະຊາອາຈານເປັນຕົ້ນ ດ້ວຍ ຄວາມ ດີອົກດີໃຈໃນບຸນກຸສົນທີ່ຕົນໄດ້ໃຫ້ທານແລ້ວນັ້ນ .

    ສ່ວນເປຕະຊົນ ( ເປດ ) ຜູ້ເປັນຍາດພີ່ນ້ອງຂອງຊາຍທຸກຍາກເຂັນໃຈທີ່ສະເຫວີຍຜົນກໍາໃນນະຣົກພະຍາຍົມ ບິບານໄດ້ປ່ອຍສັດນະຣົກໃຫ້ພົ້ນຈາກການທໍລະມານ ໃຫ້ ຂຶ້ນ ໄປທ່ຽວຫາອາຫານພໍດີມາປະຈວບພົບກັບການເຮັດບຸນ ຂອງຊາຍທຸກຍາກເຂັນໃຈຄົນນັ້ນຜູ້ເຊິ່ງເປັນຍາດຂອງຕົນໄດ້ອຸທິດໄປເຖິງໄດ້ພາກັນອະນຸໂມທະນາສາ ທຸການ ແລ້ວ ອວຍພອນຂໍໃຫ້ຍາດຂອງຕົນໄດ້ປະສົບອາຍຸ - ວັນນະ - ສຸຂະ - ພະລະ ທຸກທິພາລາຕີການ . ຝ່າຍພະຍາຍົມບິບານ ເມື່ອໄດ້ຮູ້ຂ່າວວ່າ : ສັດນະຣົກເຫຼົ່ານັ້ນມີສ່ວນ ບຸນ ອັນໄດ້ກະທໍາແລ້ວເພາະການຮັບອະນຸໂມທະນາທານທີ່ຍາດມິດ ໄດ້ອຸທິດໄປເຖິງຈິ່ງໄດ້ປ່ອຍໃຫ້ພົ້ນຈາກເຄື່ອງທັນດະກໍາ ( ພົ້ນຈາກການທໍລະມານ ) ຄັນເປດເຫຼົ່ານັ້ນ ໄດ້ ພົ້ນ ຈາກກໍາ ໃນນະຣົກແລ້ວກໍ່ໄດ້ນໍາຕົນໄປຖືເອົາປະຕິສົນທິເກີດໃນເທວະສະຖານວິມານ ດ້ວຍອໍານາດບຸບພະວາດສະໜາປາ ລະມີ ແລະ ຜົນທານທີ່ບຸຣຸດເຂັນໃຈສົ່ງ ໄປ ເຖິງ ນັ້ນ . ສ່ວນບຸຣຸດຜູ້ເຂັນໃຈຄົນນັ້ນຕັ້ງແຕ່ວັນໃຫ້ທານເປັນຕົ້ນມາກໍ່ມີ ຄວາມຍິນດີໃນບຸນກຸສົນທີ່ຕົນໄດ້ກະທໍາຢູ່ສະເໝີການສະແຫວງຫາລ້ຽງຊີວິດຄິດຫາຊັບກໍ່ຄ້ອງ ແຄ້ວ ບໍ່ຂັດສົນນໍາຕົນ ໃຫ້ປະສົບກັບຄວາມຮຸ່ງເຮືອງເປັນລໍາດັບ ເຖິງກັບມີຊັບສົມບັດທໍາມາຄ້າຂາຍໂດຍສະດວກສ່ວນບຸນກຸສົນກໍ່ເຮັດ ທະວີຂຶ້ນເປັນລໍາດັບມີການໃຫ້ ທານ, ຮັກສາສິນ ແລະ ຈະເລີນເມດຕາພາວະນາເປັນຕົ້ນ . ເມື່ອບຸຣຸດເຂັນໃຈຄົນນັ້ນ ໄດ້ຕາຍໄປແລ້ວກໍ່ໄດ້ໄປບັງເກີດເທິງສະຫວັນເປັນເທພະບຸດມີມະເຫສັກໃຫຍ່ , ມີນາງ ຟ້າອັບ ປະສອນກັນລະຍາມາ ແວດລ້ອມເປັນຍົດສັກບໍລິວານບໍ່ອາດຄະນານັບໄດ້ . ນັບແຕ່ນັ້ນເປັນຕົ້ນມາປະເພນີການເຮັດບຸນຫໍ່ເຂົ້າປະດັບດິນກໍ່ ໄດ້ສືບທອດ ກັນມາຈົນ ເຖິງສະ ໄໝປະຈຸບັນ .

ສະແດງຄຳຄິດເຫັນຂອງທ່ານ
ຊື່ ແລະ ນາມສະກຸນ
ອີເມວ
ຄຳເຫັນ
Captcha
ທ່ານຕ້ອງການລຶບແທ້ບໍ່​ ?